­ວິທະຍາໄລກົດໝາຍ

NLC

ວິທະຍາໄລກົດໝາຍພາກເໜຶອ, ມີຊື່ຫຍໍ້ວ່າ: ວກໜ ມີທີ່ຕັ້ງຢູ່ບ້ານໂຄມຂວາງ ເມືອງ ຫຼວງພະບາງ ແຂວງ ຫຼວງພະບາງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຖະໜົນເລກທີ 13 ເໜຶອ ໃກ້ກັບຄິວລົດສາຍເໜຶອ ແລະ ສະໜາມບິນແຂວງຫຼວງພະບາງ ແລະ ມີອີກໜຶ່ງສາຂາ ຊຶ່ງໄດ້ເປີດການຮຽນ-ການສອນ ລະບົບຊັ້ນກາງ 02 ປີ ມີທີ່ຕັ້ງຢູ່ບ້ານ ໜອງແມງດາ ເມືອງ ໄຊ ແຂວງ ອຸດົມໄຊ.

ໂດຍອີງໃສ່ພາລະບົດບາດຕາມຂໍ້ຕົກລົງຂອງລັດຖະມົນຕີ ວ່າການກະຊວງຍຸຕິທຳສະບັບເລກທີ່ 209/ກຍ ນະຄອນຫຼວງວຽງຈັນ ລົງວັນທີ່ 07 ເດືອນ 08 ປີ 2008/ ແລ້ວວິທະຍາໄລກົດໝາຍພາກເໜຶອ ມີພາລະບົດບາດດັ່ງນີ້:

  • ບຳລຸງ, ຍົກລະດັບ ແລະ ກໍສ້າງນັກວິຊາການດ້ານກົດໝາຍ ທັງໄລຍະສັ້ນ ( 03 ເດືອນ, 06 ເດືອນ ຫຼື 01 ປີ) ແລະ ໄລຍະຍາວ( ລະບົບຊັ້ນກາງ 02 ປີ, ຊັ້ນສູງ 03 ປີ ແລະ ປະລິນຍາຕີ 05 ປີ) ໃຫ້ມີຄຸນສົມບັດສິນທຳປະຕິວັດໜັກແໜ້ນ, ມີຄວາມຮູ້ຄວາມສາມາດທາງດ້ານກົດໝາຍ ແລະ ວຽກງານຍຸຕິທຳ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ກຽ່ວກັບການສ້າງ ລັດແຫ່ງກົດໝາຍໃນສະເພາະໜ້າ ແລະ ຍາວນານ;
  • ຄົ້ນຄ້ວາວິທະຍາສາດທາງດ້ານກົດໝາຍ ແລະ ວຽກງານຍຸຕິທຳ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຮຽນ-ການສອນ ແລະ ຂອງລັດກໍ່ຄືສັງຄົມ.

ວິທະຍາໄລກົດໝາຍພາກເໜືອປະກອບມີ 04 ຫ້ອງການຫຼັກດັ່ງນີ້:

ນອກຈາກນີ້ຍັງມີໝ່ວຍງານຕ່າງໆທີ່ຂື້ນກັບຫ້ອງການເທິງນີ້.

ໂຄງປະກອບບຸກຄະລະກອນ

ວິທະຍາໄລກົດໝາຍພາກເໜຶອທັງສອງແຫ່ງມີສາຍຕັ້ງຂຶ້ນກັບກະຊວງຍຸຕິທຳ ແລະ ມີສາຍຂວງຂຶ້ນກັບຄະນະພັກອຳນາດປົກຄອງ ແຂວງຫຼວງພະບາງ ແລະ ແຂວງ ອຸດົມໄຊ, ມີຄູອາຈານທັງໝົດ 53 ທ່ານ, ໃນນີ້ມີອຳນວຍການ 1 ທ່ານ ແລະ ຮອງອຳນວຍການ 04 ທ່ານ ພະນັກງານ-ຄູອາຈານ ຊ່ວຍວຽກຈຳນວນໜຶ່ງ.

ທ່ານ ອາຈານ ສົມໝາຍ ສີອຸດົມພັນ ຜູ້ອຳນວຍການວິທະຍາໄລກົດໝາຍພາກເໜຶອ, ຊຶ່ງໄດ້ຮັບການແຕ່ງຕັ້ງ ໂຍກຍ້າຍ ຫຼື ປົດຕຳແໜ່ງໂດຍ ລັດຖະມົນຕີວ່າການກະຊວງຍຸຕິທຳ ຕາມການສະເໜີຂອງກົມຈັດຕັ້ງ ແລະ ພະນັກງານບົນພື້ນຖານຄວາມເປັນເອກະພາບກັບເຈົ້າແຂວງ;

  • ຜູ້ອຳນວຍການມີຄວາມຮັບຜິດຊອບໂດຍກົງຕໍ່ລັດຖະມົນຕີວ່າການກະຊວງຍຸຕິທຳ ແລະ ເຈົ້າແຂວງ ກຽ່ວກັບຜົນສຳເຫຼັດ ແລະ ຂໍ້ຂາດຕົກບົກພ່ອງ ໃນການປະຕິບັດໜ້າທີ່ວຽກງານ;
  • ໃນກໍລະນີຕິດຂັດ ຫຼື ບໍ່ຢູ່ຜູ້ອຳນວຍການຕ້ອງມອບ ສິດປະຈຳການຢ່າງເປັນລາຍລັກອັກສອນໃຫ້ຮອງອຳນວຍການ ຜູ້ໃດຜູ້ໜຶງວ່າການແທນ ໃນເມືອ່ຜູ້ອຳນວຍການກັບມາຕ້ອງລາຍງານໃຫ້ຜູ້ອຳນວຍການຊາບ;
  • ຮອງອຳນວຍການຈຳນວນໜຶ່ງ ຊຶ່ງໄດ້ຮັບການແຕ່ງຕັ້ງ, ໂຍກຍ້າຍ ຫຼື ປົດຕຳແໜ່ງ ໂດຍລັດຖະມົນຕີວ່າການກະຊວງຍຸຕິທຳ ບົນການສະເໜີຂອງກົມຈັດຕັ້ງ ແລະ ພະນັກງານ ບົນພື້ນຖານຄວາມເປັນເອກະພາບກັບເຈົ້າແຂວງ;
  • ຮອງອຳນວຍການເປັນຜູ້ຊ່ວຍວຽກຜູ້ອຳນວຍການ ໃນການຊີ້ນຳ-ນຳພາ ອຳນວຍຄວບຄຸມວຽກງານລວມ ຂອງວິທະຍາໄລ ແລະ ຮັບຜິດຊອບ ວຽກງານໃດໜຶ່ງຕາມການມອບໝາຍຂອງຜູ້ອຳນວຍການ.
  • ບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າໝວ່ຍງານ, ພະນັກງານວິຊາການ ແລະ ພະນັກງານຊ່ວຍວຽກບໍລິຫານຈຳນວນໜຶ່ງ ຊຶ່ງໄດ້ຮັບການແຕ່ງຕັ້ງ, ໂຍກຍ້າຍ ຫຼື ປົດຕຳແໜ່ງ, ບັນຈຸເຂົ້າ ຫຼື ປົດອອກ ໂດຍລັດຖະມົນຕີວ່າການ ກະຊວງຍຸຕິທຳ ຕາມການສະເໜີ ຂອງຜູ້ອຳນວຍການ ບົນພື້ນຖານຄວາມ ເປັນເອກະພາບກັບຄະນະຈັດຕັ້ງແຂວງ, ກົມຈັດຕັ້ງ ແລະ ພະນັກງານກະຊວງຍຸຕິທຳ.

ລາຍຊື່ແຕ່ລະກົດໝາຍ

ເວບລີ້ງ

6 comments on “­ວິທະຍາໄລກົດໝາຍ

ใส่ความเห็น